ພຶກສາສາດພື້ນບ້ານໃນລາວ, ຮາກເຫງົ້າຂອງວັດທະນະທໍາ
ໃນເບື້ອງຕົ້ນ ຄົນເຮົາໄດ້ອາໄສ ແລະ ດໍາລົງຊິວິດຢູ່ຮ່ວມກັບທໍາມະຊາດ, ຖ້າວ່າປະຖິ້ມທໍາມະຊາດກໍ່ຈະເປັນອັນຕະລາຍ, ເປົ້າໝາຍຂອງການສຶກສາພຶກສາສາດພື້ນບ້ານແມ່ນເພື່ອພິສູດໃຫ້ເຫັນວ່າຕົ້ນໄມ້ໃບຫຍ້າ ຍາມໃດກໍເປັນເພື່ອນທີ່ມີຄວາມຊື່ສັດ ແລະ ຢູ່ຮ່ວມກັບຄົນເຮົາດ້ວຍດີສະເໝີມາ. ການເກັບກໍາຄວາມຮັບຮູ້ ແລະ ປັນຍາຊາວບ້ານເຊິ່ງວັດທະນະທໍາທີ່ແຕກຕ່າງກັນ ໄດ້ພັດທະນາຂ້າມຜ່ານເວລາຫຼາຍພັນປີ ກາຍເປັນຄວາມເຂົ້າໃຈ ແລະ ຄຸ້ນເຄີຍກັບພຶກສາຊາດໂດຍລວມ. ປະເທດລາວຍັງຄົງເປັນສັງຄົມທີ່ອາໄສພືດ ແລະ ນັ້ນກໍ່ເປັນສິ່ງທີ່ພວກເຮົາຈະຕ້ອງຮັກສາມັນໄວ້. ຄວາມຮູ້ທາງດ້ານພຶກສາສາດພື້ນບ້ານ ເປັນສ່ວນນ້ອຍໆໜຶ່ງຂອງມໍລະດົກຂອງມະນຸດ. ເຖິງແມ່ນວ່າຕາມບັນດາໝູ່ບ້ານຕ່າງໆຈະມີການນໍາໃຊ້ວິທະຍາການ ຫຼື ອຸປະກອນສະໄໝໃໝ່ກໍ່ຕາມ ແຕ່ຄົນກໍ່ຍັງຄົງດໍາລົງຊີວິດ ແລະ ອາໄສຮ່ວມກັບທໍາມະຊາດຕະຫຼອດມາ.
ແມ່ນວ່າສວນພຶກສາສາດພື້ນບ້ານຂອງພວກເຮົາ ຈະເປັນພຽງສວນຈຳລອງກໍ່ຕາມ ແຕ່ມັນກໍ່ເປັນບ່ອນສະສົມຕົວຢ່າງຂອງຕົ້ນໄມ້ທີ່ຄົນລາວໄດ້ນໍາໃຊ້ໃນປະຈຸບັນ. ຈຳນວນຕົ້ນໄມ້ນີ້ຈະເປັນພັນໆຕົ້ນເມື່ອສຳເລັດການປູກແລ້ວ, ແຕ່ຄວາມອຸດົມສົມບູນທາງດ້ານພຶກສາຊາດຂອງປະເທດລາວ ແມ່ນຫຼາຍກວ່ານັ້ນຫຼາຍເທົ່າ ແລະ ອາດຈະມີຢູ່ເຖິງ 12,000 ຊະນິດ. ການຈັດກຸ່ມໃຫ້ພຶກສາຊາດເຮັດໃຫ້ມີການປະຖິ້ມລາຍລະອຽດຕາ່ງໆ, ເຮັດໃຫ້ມອງຂ້າມຄວາມຊັບຊ້ອນ, ຄວາມຫຼາກຫຼາຍ ແລະ ແນວຄວາມຄິດປະດິດແຕ່ງຂອງແຕ່ລະຄົນ. ພືດທີ່ໃຊ້ເປັນອາຫານ ແມ່ນມີຈໍານວນມະຫາສານໃນເນື້ອທີ່ພຽງເລັກນ້ອຍ. ນອກນັ້ນ, ທ່ານກໍ່ສາມາດຊື່ນຊົມຕົວຢ່າງພືດຫັດຖະກໍາໄດ້ເຊັ່ນ ພືດທີ່ໃຊ້ຍ້ອມສີ ຊຶ່ງທ່ານຈະໄດ້ເຫັນບາງຕົວຢ່າງພ້ອມ.
ຕົ້ນໄມ້ທຸກໆຊະນິດ ບໍ່ໄດ້ໝາຍຄວາມວ່າ ຈະເປັນສິ່ງທີ່ດີສໍາລັບຄົນ ຫຼື ສັດ ສະເໝີໄປ; ທ່ານຈະສັງເກດເຫັນໄດ້ວ່າຈະມີຕົ້ນໄມ້ບາງຊະນິດ ທີ່ພວກເຮົາຕ້ອງໄດ້ມີຄວາມລະມັດລະວັງ. ຕົ້ນໄມ້ບາງຊະນິດກໍ່ມີເວດມົນຄາຖາ ແລະ ສິ່ງລຶກລັບຕ່າງໆ, ເມື່ອເວລາເຂົ້າໃກ້ຕົ້ນໄມ້ດັ່ງກ່າວ ທ່ານຕ້ອງໄດ້ເພີ່ມຄວາມລະມັດລະວັງ. ເຊັ່ນດຽວກັບຄົນເຮົາ, ສັດ ກໍ່ອາໄສຢູ່ໃນທຳມະຊາດ ເຊັ່ນ ສັດທີ່ໃຫຍ່ທີ່ສຸດຄື ຊ້າງ ມັນຫາອາຫານ ແລະ ຢາປົວພະຍາດຈາກຕົ້ນໄມ້ນັ້ນເອງ ແລະ ທ່ານຈະສັງເກດເຫັນວ່າມັນກິນພືດຊະນິດດຽວກັບເຮົາ, ຈະແຕກຕ່າງກໍ່ແມ່ນດ້ານປະລິມານເທົ່ານັ້ນ.
ສຸດທ້າຍທໍາມະຊາດໄດ້ໃຫ້ພືດພັນຊະນິດຕ່າງໆທີ່ສາມາດໃຊ້ປິ່ນປົວເຮົາໄດ້. ສິ່ງທີ່ງ່າຍດາຍເຫຼົ່ານີ້ ບໍ່ແມ່ນເລື່ອງທີ່ງ່າຍແຕ່ຢ່າງໃດ, ເພາະພວກມັນບໍ່ສາມາດແຍກມັນອອກຈາກການຢູ່ຢ່າງມີສຸຂະອະນາໄມ, ການດຳລົງຊີວິດຕາມຄວາມເຊື່ອຖື ຫຼື ສິ່ງທີ່ລຶກລັບ ເໜືອທໍາມະຊາດ. ຢູ່ປະເທດລາວ ປະຊາກອນຈໍານວນຫຼາຍບໍ່ມີທາງເລືອກອື່ນນອກຈາກການປິ່ນປົວພະຍາດດ້ວຍຢາພື້ນເມືອງ, ປະສິດທິຜົນ ແມ່ນຈະເຊື່ອມໂຍງໃສ່ກັບຄວາມເຊື່ອດ້ານຜີສາງ ແລະ ຫຼັກສາດສະໜາພຸດ. ແຕ່ລະບ້ານຈະມີ ໝໍຢາ, ເຊິ່ງເປັນຜູ້ຊ່ຽວຊານທາງດ້ານຕົ້ນໄມ້, ໃນຂະນະດຽວກັນ ໝໍມົນ ກໍ່ເປັນຜູ້ຊ່ຽວຊານທາງດ້ານເວດມົນຄາຖາ, ສ່ວນຫຼາຍໝໍຢາ ແລະ ໝໍມົນ ມັກຈະແມ່ນຄົນຜູ້ດຽວກັນ ເຊິ່ງເປັນຄົນທີ່ມີຄວາມສາມາດສອງດ້ານ, ພືດເປັນຢາສາມາດຫາຊື້ໄດ້ໃນຕະຫຼາດ ຕົວຢ່າງ ໃບໄມ້ແຫ້ງ, ເປືອກໄມ້ແຫ້ງ, ຮາກໄມ້ທີ່ຖືກດັດແປງຮູບໂສມໝົດແລ້ວ ເຊິ່ງບໍ່ຮູ້ທີ່ມາຢ່າງຈະແຈ້ງ ແລະ ຍາກທີ່ຈະຈໍາແນກຊະນິດໄດ້.
ເໝືອນກັບການແພດພື້ນເມືອງທົ່ວໆໄປ, ມັນເປັນການແພດທີ່ເນັ້ນການປ້ອງກັນຫຼາຍກວ່າການປິ່ນປົວແທ້ໆ. ຢູ່ດີມີແຮງ, “ມີສຸຂະພາບດີ, ມີສຸຂະພາບແຂງແຮງ” ເປັນຫຼັກການພື້ນຖານຂອງການປິ່ນປົວແບບພື້ນເມືອງ. ສະຖານະພາບຂອງການຢູ່ດີມີແຮງ ແມ່ນຂຶ້ນກັບການເດີນຂອງລົມພາຍໃນຮ່າງກາຍ, ລົມໄດ້ເຄື່ອນທີ່ໄປທົ່ວທຸກອະໄວຍະວະຂອງຮ່າງກາຍ; ການຜິດປົກກະຕິຂອງມັນ ເຮັດໃຫ້ເກີດການຜິດປົກກະຕິ ທີ່ເອີ້ນວ່າປະດົງ. ພະຍາດບາງຢ່າງມີສາເຫດມາຈາກພາຍນອກເຊັ່ນ ທໍາມະຊາດ ຫຼື ສິ່ງທີ່ ເໜືອທໍາມະຊາດ ແລະ ພະຍາດເຫຼົ່ານັ້ນເອີ້ນວ່າ ສັນນິບາດ. ອີກສາເຫດໜຶ່ງຂອງບັນຫາແມ່ນການບໍ່ຮັກສາຄວາມສົມດຸນລະຫວ່າງຄວາມຮ້ອນ ແລະ ຄວາມເຢັນ ທີ່ກໍານົດສິ່ງມີຊີວິດ. ສ່ວນວ່າຄົນເຮົາແມ່ນມີຂວັນທັງໝົດ 32 ຂວັນ ເຊິ່ງຂວັນທັງໝົດນັ້ນ ຈະຕ້ອງໄດ້ຮັກສາໃຫ້ຢູ່ນໍາກັນຕະຫຼອດ ໂດຍຜ່ານພິທີ ບາສີ-ສູ່ຂວັນ ຫຼື ເອີ້ນອີກຢ່າງໜຶ່ງວ່າ “ການເຕົ້າໂຮມຂວັນ ຫຼື ການເຕົ້າໂຮມຈິດວິນຍານ” ເຊິ່ງວ່າຈະຕ້ອງໄດ້ປະຕິບັດທຸກໆເທື່ອພາຍຫຼັງທີ່ມີເຫດການຮ້າຍແຮງເກີດຂຶ້ນ ຈົນມັນໄດ້ເປັນຈາຮີດປະເພນີ.
ທ່ານຈະໄດ້ເຫັນສວນພືດສະໝຸນໄພນ້ອຍໆຫຼາຍຈຸດສະເພາະກັບປະເພດພະຍາດເຊັ່ນ: ສວນພືດສະໝຸນໄພ ປິ່ນປົວສະພະຍາດຍິງ ຍ້ອນວ່າແມ່ຍິງເປັນເພດທີ່ບອບບາງ ເຈັບເປັນງ່າຍ, ພືດໃຊ້ສໍາລັບປິ່ນປົວພະຍາດຜິວໜັງ ຊຶ່ງຕ້ອງການຄວາມເອົາໃຈໃສ່ເປັນພິເສດ. ປະຊາກອນລາວ ສ່ວນໃຫຍ່ມີອາຊີບເປັນຊາວກະສິກອນ, ເຮັດວຽກໜັກ ແລະ ເກີດການບາດເຈັບຢູ່ແຂນ ແລະ ຂາເປັນຈຳນວນຫຼາຍ. ສຸດທ້າຍທຸກຢ່າງກໍ່ຕ້ອງຜ່ານ ແລະ ສົ່ງຜົນສະທ້ອນໄປຫາທ້ອງ ຫຼື ລະບົບລະລາຍ ເຊິ່ງເຮົາຄວນເອົາໃຈໃສ່ຢ່າງໃກ້ຊິດ.