ໂຄງການການສຶກສາ

ພວກເຮົາໄດ້ສ້າງແຜນກິດຈະກໍາການສຶກສາ ໂດຍບຸກຄະລາກອນທີ່ມີປະສົບການໃນອົງກອນ ສໍາລັບການຢ້ຽມຢາມຂອງກຸ່ມນັກຮຽນຕ່າງໆ ໃນການຮຽນຮູ້ຢູ່ພາຍໃນສວນພຶກສາຊາດຜາຕັດແກ້, ພາຍຫຼັງສໍາເລັດກິດຈະກໍາ, ພວກເຂົາຈະໄດ້ຮັບປື້ມອ່ານຈາກສວນຂອງພວກເຮົາກັບບ້ານຟຼີອີກດ້ວຍ.
ມີການຮ່ວມມືກັບສະຖາບັນການສຶກສາກ່ຽວກັບການສ້າງແຜນການຮຽນ-ການສອນກ່ຽວກັບພືດໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ແລະ ລວມເຖິງການຊອກຫາທຶນການສຶກສາໃຫ້ແກ່ນັກສຶກສາລາວໃນການໄປຮຽນຕໍ່ຕ່າງປະເທດ.
ພວກເຮົາຍັງໄດ້ຈັດພິມປື້ມອ່ານສໍາລັບເດັກນ້ອຍ ແລະ ຜູ້ສົນໃຈທົ່ວໄປໄດ້ອ່ານ ລວມທັງການຈັດພິມປື້ມອ່ານທາງດ້ານວິທະຍາສາດພືດ ແລະ ຄູ່ມືການສິດສອນກ່ຽວກັບພືດສວນອືກດ້ວຍ.
